ການຊ່ວຍເຫຼືອໃນສານ

Help at court - Lao (ພາສາລາວ)

ມີຫຼາຍວິທີເພື່ອຂໍການຊ່ວຍເຫຼືອໃນສານ. ໜ່ວຍງານຊ່ວຍເຫຼືອກົດໝາຍໃນ NSW (Legal Aid NSW) ຈະສົ່ງທະນາຍຄວາມທີ່ຮັບຜິດຊອບໄປທີ່ສານທ້ອງຖິ່ນທຸກແຫ່ງ ແລະ ສານອື່ນໆອີກຫຼາຍແຫ່ງ ແລະ ສານອຸທອນທົ່ວ NSW. ທະນາຍຄວາມທີ່ຮັບຜິດຊອບຈະຊ່ວຍຄົນທີ່ມີຄະດີໃນສານໃນມື້ນັ້ນ ເຊິ່ງບໍ່ມີທະນາຍຄວາມຂອງພວກເຂົາເອງ.

ທະນາຍຄວາມທີ່ຮັບຜິດຊອບສາມາດເຮັດວຽກໃຫ້ໜ່ວຍງານຊ່ວຍເຫຼືອກົດໝາຍໃນ NSW ຫຼື ເປັນທະນາຍຄວາມເອກະຊົນທີ່ໄດ້ຮັບເງິນຄ່າຈ້າງຈາກໜ່ວຍງານຊ່ວຍເຫຼືອກົດໝາຍໃນ NSW ເພື່ອຊ່ວຍເຫຼືອທ່ານ. ທ່ານສາມາດກວດເບິ່ງວ່າພວກເຂົາຫວ່າງໃຫ້ບໍລິການ ຫຼື ບໍ່ ທີ່ ໜ້າເວັບການຊ່ວຍເຫຼືອໃນສານ ແລະ ສານອຸທອນໃນ NSW ຂອງພວກເຮົາ.

ມັນດີທີ່ສຸດທີ່ຈະຮັບການຊ່ວຍເຫຼືອທາງກົດໝາຍກ່ອນທີ່ທ່ານໄປສານ. ໂທຫາທີມງານຂອງພວກເຮົາທີ່ LawAccess NSW ທີ່ໝາຍເລກ 1300 888 529 ຫຼື ຄລິກປຸ່ມແຊັດກັບພວກເຮົາ ເພື່ອເວົ້າກັບທີມງານທີ່ຢູ່ໃນເວັບແຊັດ.

ທະນາຍຄວາມທີ່ຮັບຜິດຊອບ

ການຊ່ວຍເຫຼືອໃນສານທ້ອງຖິ່ນ Bankstown, Blacktown, Penrith, Mount Druitt ແລະ Sutherland

ທ່ານມີຄະດີອາຍາທີ່ສານດັ່ງກ່າວຂ້າງລຸ່ມນີ້ບໍ:

  • ສານທ້ອງຖິ່ນ Bankstown
  • ສານທ້ອງຖິ່ນ Blacktown
  • ສານທ້ອງຖິ່ນ Mt Druitt 
  • ສານທ້ອງຖິ່ນ Penrith ຫຼື
  • ສານທ້ອງຖິ່ນ Sutherland

ມີວິທີທີ່ງ່າຍເພື່ອຮ້ອງຂໍການຊ່ວຍເຫຼືອທາງກົດໝາຍຈາກທະນາຍຄວາມທີ່ຮັບຜິດຊອບ – ພຽງແຕ່ຕື່ມຂໍ້ມູນໃສ່ແບບຟອມອອນລາຍຂອງພວກເຮົາ. ແບບຟອມແມ່ນໃຊ້ໄດ້ໄວ ແລະ ງ່າຍ ແລະ ສາມາດສົ່ງໄດ້ຕະຫຼອດເວລາ. ຫຼັງຈາກທີ່ສົ່ງແລ້ວ, ພະນັກງານຂອງໜ່ວຍງານຊ່ວຍເຫຼືອກົດໝາຍໃນ NSW ຈະໂທກັບຫາທ່ານ.

ຖ້າທ່ານບໍ່ຮູ້ຈັກໝາຍເລກ H ຂອງທ່ານ, ໃຫ້ຂຽນ H0000 ລົງໃສ່ ເມື່ອມີຄຳຖາມເລັ່ງໃຫ້ຕອບ. ແບບຟອມສາມາດໃຊ້ໄດ້ສຳລັບສານທີ່ລະບຸຊື່ຢູ່ຂ້າງເທິງນີ້ເທົ່ານັ້ນ.

ຜູ້ໃດກໍຕາມສາມາດເຂົ້າຫາທະນາຍຄວາມທີ່ຮັບຜິດຊອບສຳລັບການຊ່ວຍເຫຼືອທີ່ຈຳກັດໃນມື້ທີ່ຄະດີຂອງພວກເຂົາຢູ່ໃນສານ.

ຖ້າຄະດີຂອງທ່ານຊັບຊ້ອນຫຼາຍຂຶ້ນ, ທະນາຍຄວາມທີ່ຮັບຜິດຊອບອາດສາມາດຊ່ວຍໃຫ້ທ່ານຮ້ອງຂໍການເລື່ອນພິຈາລະນາຄະດີ. ສິ່ງນີ້ຈະເລື່ອນເວລາພິຈາລະນາຄະດີຂອງທ່ານເປັນວັນທີຕໍ່ໄປພາຍຫຼັງ ເພື່ອວ່າທ່ານຈະສາມາດໄດ້ຮັບຄຳແນະນຳ ຫຼື ມີຕົວແທນທາງກົດໝາຍ. ທ່ານສາມາດຊອກຫາຂໍ້ມູນເພີ່ມເຕີມກ່ຽວກັບໜ້າເວັບຄຳແນະນໍາທາງກົດໝາຍຂອງພວກເຮົາ.

ມີຂີດຈຳກັດໃນສິ່ງທີ່ທະນາຍຄວາມທີ່ຮັບຜິດຊອບສາມາດເຮັດໄດ້ສຳລັບທ່ານ. ທະນາຍຄວາມທີ່ຮັບຜິດຊອບອາດສາມາດ:

  • ໃຫ້ຄຳແນະນໍາແກ່ທ່ານກ່ຽວກັບຄະດີຂອງທ່ານ
  • ອະທິບາຍວ່າແມ່ນຫຍັງອາດເກີດຂຶ້ນໃນສານ
  • ຊ່ວຍໃຫ້ທ່ານຮ້ອງຂໍການເລື່ອນພິຈາລະນາຄະດີຂອງທ່ານເປັນວັນທີຕໍ່ໄປພາຍຫຼັງ ເພື່ອວ່າທ່ານຈະມີເວລາຮັບຄຳແນະນໍາທາງກົດໝາຍ
  • ສົນທະນາກັບສານ/ສານອຸທອນ ຫຼື ພາກສ່ວນອື່ນໆໂດຍຕາງໜ້າໃຫ້ທ່ານ
  • ຊ່ວຍເຫຼືອທ່ານໃນເອກະສານຂອງທ່ານເພື່ອຍື່ນໃຫ້ສານ ຫຼື ຍື່ນຂໍໃນເລື່ອງທີ່ຮີບດ່ວນ ຫຼື
  • ວ່າຄວາມແທນທ່ານໃນສານ.

ໃນຄະດີຕາມກົດໝາຍຄອບຄົວ, ທະນາຍຄວາມທີ່ຮັບຜິດຊອບຍັງອາດສາມາດຊ່ວຍເຫຼືອທ່ານໃນບັນຫາກົດໝາຍຄອບຄົວທີ່ຮີບດ່ວນ – ເຊັ່ນ: ອະດີດຄູ່ຄອງຂອງທ່ານບໍ່ໄດ້ສົ່ງລູກຂອງທ່ານຄືນ ຫຼື ຂົ່ມຂູ່ທີ່ຈະພາພວກເຂົາໄປຕ່າງປະເທດ.

ໃນຄະດີອາຍາ, ພວກເຂົາບໍ່ສາມາດເປັນຕົວແທນໃຫ້ທ່ານໃນສານໄດ້ ຖ້າທ່ານອ້າງວ່າເປັນຜູ້ບໍລິສຸດ ແລະ ຄະດີຂອງທ່ານຢູ່ໃນລາຍຊື່ພິຈາລະນາຄະດີໃນມື້ນັ້ນ.

ການພິຈາລະນາຄະດີເກີດຂຶ້ນເມື່ອບັນດາພະຍານເຂົ້າຮ່ວມສານເພື່ອເວົ້າກ່ຽວກັບສິ່ງທີ່ເກີດຂຶ້ນ ແລະ ຜູ້ພິພາກສາຊັ້ນຕົ້ນ ຫຼື ຜູ້ພິພາກສາພິຈາລະນາຂໍ້ໂຕ້ຖຽງທີ່ສະເໜີໂດຍທະນາຍຄວາມຈາກທັງສອງຝ່າຍ.

ຖ້າທ່ານຕ້ອງການການຊ່ວຍເຫຼືອ ຫຼື ຕ້ອງການໃຫ້ຄົນໃດໜຶ່ງເວົ້າແທນທ່ານໃນການພິຈາລະນາຄະດີ, ທ່ານຄວນໂອ້ລົມກັບທະນາຍຄວາມຈາກໜ່ວຍງານຊ່ວຍເຫຼືອກົດໝາຍໃນ NSW ຫຼື ທະນາຍຄວາມທີ່ເຮັດວຽກງານຊ່ວຍເຫຼືອກົດໝາຍໃນເວລາດົນສົມຄວນກ່ອນໜ້າວັນທີພິຈາລະນາຄະດີຂອງທ່ານ. ທ່ານສາມາດຊອກຫາຂໍ້ມູນເພີ່ມເຕີມກ່ຽວກັບສິ່ງນີ້ໄດ້ໃນໜ້າເວັບຄຳແນະນໍາທາງກົດໝາຍຂອງພວກເຂົາ.

ພວກເຮົາມີທະນາຍຄວາມທີ່ຮັບຜິດຊອບໃນສານທ້ອງຖິ່ນທຸກແຫ່ງໃນ NSW, ສະຖານທີ່ ສານກົດໝາຍຄອບຄົວ ສານກົດໝາຍຄອບ​ຄົວ ທຸກແຫ່ງທີ່ມີສານຢູ່ບ່ອນນັ້ນ ແລະ ໃນສານ​ອື່ນໆ ແລະ ສານອຸ​ທອນອື່ນໆອີກຫຼາຍແຫ່ງທົ່ວ NSW.

ທ່ານສາມາດກວດເບິ່ງວ່າມີການຊ່ວຍເຫຼືອໃຫ້ແກ່ທ່ານໃນສະຖານທີ່ຂອງທ່ານ ຫຼື ບໍ່ ທີ່ ໜ້າເວັບການຊ່ວຍເຫຼືອໃນສານ ແລະ ສານອຸທອນໃນ NSW ຂອງພວກເຮົາ.

ການເຂົ້າພົບທະນາຍຄວາມທີ່ຮັບຜິດຊອບ ແລະ ການຮັບການຊ່ວຍເຫຼືອໃນມື້ແມ່ນບໍ່ເສຍຄ່າ.

ຖ້າທ່ານຮັບການຊ່ວຍເຫຼືອຢ່າງຕໍ່ເນື່ອງ, ທ່ານຈຳເປັນຕ້ອງມີສິດສຳລັບການຊ່ວຍເຫຼືອທາງກົດໝາຍ ແລະ ຈະຕ້ອງຈ່າຍເງິນປະກອບສ່ວນສຳລັບຄ່າໃຊ້ຈ່າຍໃນຄະດີຂອງທ່ານ.

ຈຳນວນເງິນທີ່່ທ່ານຕ້ອງຈ່າຍແມ່ນຂຶ້ນກັບວ່າທ່ານມີລາຍໄດ້ເທົ່າໃດ ແລະ ທ່ານມີຊັບສິນຫຍັງ.

ໃນຄະດີກົດໝາຍອາຍາ, ທ່ານບໍ່ຈຳເປັນຕ້ອງມີສິດສຳລັບການຊ່ວຍເຫຼືອທາງກົດໝາຍ ຖ້າທະນາຍຄວາມທີ່ຮັບຜິດຊອບພຽງແຕ່ໃຫ້ຄຳແນະນໍາແກ່ທ່ານ ຫຼື ຖ້າມັນເປັນການປາກົດຕົວຄັ້ງທຳອິດຂອງທ່ານ ແລະ ທ່ານຢູ່ໃນການຄຸມຂັງ. ຖ້າທະນາຍຄວາມທີ່ຮັບຜິດຊອບກຳລັງເປັນຕົວແທນໃຫ້ທ່ານໃນສານ, ໂດຍທົ່ວໄປແລ້ວ ທ່ານຈຳເປັນຕ້ອງມີສິດສຳລັບການຊ່ວຍເຫຼືອທາງກົດໝາຍ.

ໃນຄະດີກົດໝາຍຄອບຄົວ, ທ່ານບໍ່ຈຳເປັນຕ້ອງມີສິດສຳລັບການຊ່ວຍເຫຼືອທາງກົດໝາຍເພື່ອຮັບການຊ່ວຍເຫຼືອຈາກທະນາຍຄວາມທີ່ຮັບຜິດຊອບ ຫຼື ການບໍລິການຊ່ວຍເຫຼືອທາງສັງຄົມໃນສານ.

ຄຳເວົ້າທາງກົດໝາຍແມ່ນເຂົ້າໃຈໄດ້ຍາກໃນບາງຄັ້ງ. ຖ້າພາສາອັງກິດບໍ່ແມ່ນພາສາທຳອິດຂອງທ່ານ ຫຼື ທ່ານຕ້ອງການສື່ສານເປັນພາສາ Auslan, ທ່ານອາດຕ້ອງການໃຫ້ລ່າມແປພາສາຊ່ວຍເຫຼືອທ່ານໃນສານ.

ໃນຫຼາຍຄະດີ, ສານຈະຈ່າຍເງິນສຳລັບລ່າມແປພາສາ ແລະ ທ່ານຄວນຕິດຕໍ່ພວກເຂົາເພື່ອຈັດລ່າມແປພາສາໃຫ້ໄວເທົ່າທີ່ເປັນໄປໄດ້.

ຖ້າສານຕັດສິນວ່າຈຳເປັນຕ້ອງມີລ່າມແປພາສາ, ມັນອາດຈຳເປັນທີ່ຈະເລື່ອນເວລາພິຈາລະນາຄະດີເປັນວັນທີຕໍ່ມາພາຍຫຼັງ.

ຖ້າທ່ານຕ້ອງການລ່າມແປພາສາ ຫຼື ການຊ່ວຍເຫຼືອເພື່ອສື່ສານໃນຮູບແບບອື່ນໆເພື່ອຕິດຕໍ່ກັບພວກເຮົາ, ກະລຸນາເບິ່ງຕົວເລືອກໃນໜ້າເວັບຕິດຕໍ່ພວກເຮົາຂອງພວກເຮົາ.

ເມື່ອເຂົ້າມາສານ, ທ່ານຄວນ:

  • ເກັບກຳ ແລະ ນໍາເອກະສານທັງໝົດທີ່ທ່ານມີກ່ຽວກັບຄະດີຂອງທ່ານ – ໃນຄະດີອາຍາ ສິ່ງນີ້ອາດລວມເຖິງແຜ່ນຂໍ້ມູນຂອງຕຳຫຼວດ ແລະ ໜັງສືຮັບຮອງຄວາມປະພຶດ, ໃນຄະດີກົດໝາຍຄອບຄົວ ສິ່ງນີ້ອາດລວມເຖິງສຳເນົາຄຳສັ່ງໃດໜຶ່ງ ແລະ ເອກະສານອື່ນໆຂອງສານ, ໃນຄະດີແພ່ງ ສິ່ງນີ້ອາດລວມເຖິງສຳເນົາໜັງສື ຫຼື ແຈ້ງການປັບໄໝໃດໜຶ່ງທີ່ກ່ຽວຂ້ອງກັບຄະດີທາງກົດໝາຍຂອງທ່ານ
  • ໃຫ້ໄປຮອດສານ ຫຼື ສານອຸທອນໜຶ່ງຊົ່ວໂມງກ່ອນເວລາພິຈາລະນາຄະດີຂອງທ່ານ – ທ່ານອາດຈຳເປັນຕ້ອງລໍຖ້າເພື່ອພົບທະນາຍຄວາມທີ່ຮັບຜິດຊອບ
  • ຕ້ອງໃຫ້ແນ່ໃຈວ່າທ່ານມີເວລາຫວ່າງໝົດມື້ – ສານບາງແຫ່ງລະບຸຄະດີທັງໝົດໃນເວລາດຽວກັນ ສະນັ້ນທ່ານອາດຕ້ອງລໍຖ້າສອງສາມຊົ່ວໂມງກ່ອນທີ່ສານຈະພິຈາລະນາຄະດີຂອງທ່ານ, ທ່ານຄວນກວດເບິ່ງກັບສານ
  • ແຈ້ງໃຫ້ສານຮັບຊາບ ຖ້າທ່ານຕ້ອງການລ່າມແປພາສາ ຫຼື ການຊ່ວຍເຫຼືອອື່ນໆ ແລະ
  • ນໍາໝູ່ ຫຼື ສະມາຊິກຄອບຄົວໜຶ່ງຄົນມາຊ່ວຍເຫຼືອ ຖ້າທ່ານຕ້ອງການ

ຖ້າທ່ານມີຄວາມກັງວົນກ່ຽວກັບຄວາມປອດໄພຂອງທ່ານໃນສານ, ທ່ານຄວນຕິດຕໍ່ສານກ່ອນວັນທີຂຶ້ນສານຂອງທ່ານເພື່ອສົນທະນາຄວາມກັງວົນຂອງທ່ານ, ໃຫ້ເວົ້າກັບຝ່າຍຮັກສາຄວາມປອດໄພ ເມື່ອທ່ານເຂົ້າສູ່ຕຶກສານ ຫຼື ໃຊ້ລາຍລະອຽດໃນໜ້າເວັບຂອງພວກເຮົາ ບ່ອນທີ່ຂຽນວ່າ ຕິດຕໍ່ພວກເຮົາ ເພື່ອໂອ້ລົມກັບພວກເຮົາກ່ອນທີ່ຈະໄປສານ.

ທະນາຍຄວາມທີ່ຮັບຜິດຊອບອາດບໍ່ສາມາດສະຫຼຸບຄະດີຂອງທ່ານໃນມື້ທີ່ທ່ານປາກົດຕົວໃນສານ. ຖ້າຄະດີຂອງທ່ານມີຄວາມຊັບຊ້ອນຫຼາຍຂຶ້ນ, ທະນາຍຄວາມທີ່ຮັບຜິດຊອບອາດສາມາດຊ່ວຍໃຫ້ທ່ານຮ້ອງຂໍເພື່ອເລື່ອນເວລາພິຈາລະນາຄະດີ (ເລື່ອນເວລາຄະດີຂອງທ່ານເປັນວັນທີຕໍ່ມາພາຍຫຼັງ) ເພື່ອວ່າທ່ານຈະມີໂອກາດຮັບຄຳແນະນໍາ ຫຼື ມີຕົວແທນທາງກົດໝາຍ.

ຖ້າທ່ານຕ້ອງການການຊ່ວຍເຫຼືອທາງກົດໝາຍເພີ່ມເຕີມ, ທະນາຍຄວາມທີ່ຮັບຜິດຊອບຈາກໜ່ວຍງານຊ່ວຍເຫຼືອກົດໝາຍ NSW ອາດສາມາດສືບຕໍ່ໃຫ້ການຊ່ວຍເຫຼືອ ຫຼື ຊ່ວຍໃຫ້ທ່ານຂໍການຊ່ວຍເຫຼືອທາງກົດໝາຍຈາກທະນາຍຄວາມເພື່ອດຳເນີນຄະດີຂອງທ່ານ. ທ່ານສາມາດເພີ່ມຂໍ້ມູນເພີ່ມເຕີມທີ່ໜ້າເວັບຂໍການຊ່ວຍເຫຼືອທາງກົດໝາຍຂອງພວກເຮົາ. ພວກເຮົາຍັງອາດສາມາດສົ່ງຕໍ່ທ່ານໄປຫາການບໍລິການອື່ນໆທີ່ສາມາດຊ່ວຍເຫຼືອໄດ້.

ຄົນພື້ນເມືອງອາບໍຣິຈິໂນລ ແລະ ທໍເຣັສເຕຣລອາຍແລນເດີ ສາມາດຮັບການຊ່ວຍເຫຼືອໃນສານຈາກທະນາຍຄວາມທີ່ຮັບຜິດຊອບຈາກໜ່ວຍງານຊ່ວຍເຫຼືອກົດໝາຍໃນ NSW ຫຼື ທະນາຍຄວາມຈາກ  ການບໍລິການກົດໝາຍເພື່ອຄົນພື້ນເມືອງອາບໍຮິຈິໂນລ (NSW/ACT).

ຖ້າທ່ານອາຍຸຕໍ່າກວ່າ 18 ປີ ແລະ ຕ້ອງການການຊ່ວຍເຫຼືອໃນສານ, ກະລຸນາໂທຫາສາຍດ່ວນສຳລັບຊາວໜຸ່ມທີ່ໝາຍເລກ 1800 10 18 10.

ສາຍດ່ວນດຳເນີນການ 9 ໂມງເຊົ້າ ຫາຕອນທ່ຽງຄືນຂອງມື້ເຮັດວຽກ, ໂດຍມີການບໍລິການ 24 ຊົ່ວໂມງຕັ້ງແຕ່ວັນສຸກ 9 ໂມງເຊົ້າ ຫາທ່ຽງຄືນຂອງວັນອາທິດ ແລະ ຍັງມີໃຫ້ໃນມື້ພັກລັດຖະການ.

ການບໍລິການຮ້ອງຮຽນຕາງໜ້າໃນສານເລື່ອງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງພາຍໃນຄອບຄົວ ໃຫ້ການຊ່ວຍເຫຼືອແກ່ແມ່ຍິງ ແລະ ເດັກທີ່ກຳລັງປະສົບກັບການໃຊ້ຄວາມຮຸນແຮງໃນຄອບຄົວໃນສານທ້ອງຖິ່ນຫຼາຍແຫ່ງທົ່ວ NSW.

ພະນັກງານຊ່ວຍເຫຼືອສຳລັບທັງແມ່ຍິງ ແລະ ຜູ້ຊາຍຈາກ ການບໍລິການຮ້ອງຮຽນຕາງໜ້າ ແລະ ຊ່ວຍເຫຼືອຄອບຄົວ ແມ່ນພ້ອມໃຫ້ການຊ່ວຍເຫຼືອແກ່ຄອບຄົວທີ່ໄດ້ຮັບຜົນກະທົບຈາກການໃຊ້ຄວາມຮຸນແຮງໃນຄອບຄົວໃນສານກົດໝາຍຄອບຄົວ.

ພະນັກງານຊາວໜຸ່ມຈາກໂຄງການຊ່ວຍເຫຼືອສານເດັກຈະໃຫ້ການຊ່ວຍເຫຼືອແກ່ຄົນໜຸ່ມທີ່ປາກົດຕົວໃນສານເດັກ.