ຄຳແນະນໍາທາງກົດໝາຍ

Legal Advice - Lao (ພາສາລາວ)

ເມື່ອທະນາຍຄວາມໃຫ້ການຊ່ວຍເຫຼືອແກ່ທ່ານສຳລັບບັນຫາທາງກົດໝາຍທີ່ສະເພາະຂອງທ່ານ, ພວກເຮົາເອີ້ນສິ່ງນີ້ວ່າຄຳແນະນໍາທາງກົດໝາຍ. ຄຳແນະນໍາທາງກົດໝາຍແມ່ນແຕກຕ່າງຈາກຂໍ້ມູນກົດໝາຍ, ເຊິ່ງອາດມີລັກສະນະທົ່ວໄປຫຼາຍກວ່າ ແລະ ປົກກະຕິຈະໃຫ້ໂດຍຄົນທີ່ຮູ້ກົດໝາຍແຕ່ບໍ່ແມ່ນທະນາຍຄວາມ.

ໜ່ວຍງານຊ່ວຍເຫຼືອກົດໝາຍໃນ NSW (Legal Aid NSW) ຈະໃຫ້ຂໍ້ມູນກົດໝາຍແກ່ຄົນໃດກໍຕາມທີ່ມີບັນຫາທາງກົດໝາຍໃນ NSW ຜ່ານຝ່າຍບໍລິການຂໍ້ມູນກົດໝາຍ ແລະ ການສົ່ງຕໍ່ຂອງພວກເຮົາ, LawAccess NSW.

ພວກເຮົາໃຫ້ຄຳແນະນໍາທາງກົດໝາຍໂດຍບໍ່ເສຍຄ່າແກ່ຄົນທີ່ມີສິດ ໂດຍທາງໂທລະສັບ ແລະ ຫຼາຍສະຖານທີ່ທົ່ວ NSW.

ຕ້ອງຄາດຫວັງຫຍັງໃນຊ່ວງໃຫ້ຄຳແນະນໍາແກ່ທ່ານ

ຊ່ວງໃຫ້ຄຳແນະນໍາທາງກົດໝາຍຂອງພວກເຮົາແມ່ນບໍ່ເສຍຄ່າ ແລະ ໂດຍທົ່ວໄປຈະໃຊ້ເວລາ 20 ນາທີ. ທະນາຍຄວາມຈະຮັບຟັງ ທ່ານສະເໜີກ່ຽວກັບບັນຫາຂອງທ່ານ, ຕັ້ງຄຳຖາມບາງຢ່າງເພື່ອຮູ້ຂໍ້ມູນເພີ່ມເຕີມ ແລະ ຊ່ວຍໃຫ້ທ່ານຕັດສິນໃຈວ່າຈະເຮັດແນວໃດ ຕໍ່ໄປ.

ພວກເຂົາອາດສາມາດໃຫ້ການຊ່ວຍເຫຼືອໃນເອກະສານສັ້ນໆ ຖ້າທ່ານບໍ່ມີທະນາຍຄວາມ. ພວກເຂົາຈະບໍ່ສາມາດຊ່ວຍເຫຼືອທ່ານໃນເອກະສານກົດໝາຍທີ່ຍາວ ແລະ ຊັບຊ້ອນ.

ທະນາຍຄວາມຂອງທ່ານຍັງຈະບອກໃຫ້ທ່ານຮູ້ ຖ້າພວກເຂົາສາມາດຊ່ວຍເຫຼືອທ່ານຕໍ່ໃນກໍລະນີຂອງທ່ານ. ຖ້າພວກເຂົາສາມາດຊ່ວຍໄດ້, ພະນັກງານຈະຊ່ວຍໃຫ້ທ່ານຕື່ມຂໍ້ມູນໃສ່ແບບສະໝັກຂໍການຊ່ວຍເຫຼືອທາງກົດໝາຍ.

າພວກເຮົາບໍ່ສາມາດຊ່ວຍເຫຼືອທ່ານອີກເພີ່ມເຕີມຫຼັງຈາກຊ່ວງໃຫ້ຄຳແນະນໍາແກ່ທ່ານ, ພວກເຮົາອາດສາມາດໃຫ້ຂໍ້ມູນແກ່ທ່ານກ່ຽວກັບວ່າທ່ານຈະສາມາດຊອກຫາການຊ່ວຍເຫຼືອເພີ່ມເຕີມໄດ້ຢູ່ໃສ.

ພວກເຮົາໃຫ້ຄຳແນະນໍາກ່ຽວກັບຫຍັງ

ທະນາຍຄວາມຂອງພວກເຮົາສາມາດຊ່ວຍເຫຼືອທ່ານໃນຄະດີອາຍາທີ່ກ່ຽວຂ້ອງກັບຕຳຫຼວດ, ຄະດີຄອບຄົວທີ່ກ່ຽວຂ້ອງກັບເດັກ ຫຼື ການແຕກແຍກໃນຄວາມສຳພັນ ຫຼື ຄະດີແພ່ງທີ່ທ່ານກຳລັງມີບັນຫາໃນຄວາມຕ້ອງການຂັ້ນພື້ນຖານ ເຊັ່ນ: ເລື່ອງເຮືອນ, ການຊ່ວຍເຫຼືອລາຍໄດ້ ຫຼື ການເຂົ້າເຖິງການຊ່ວຍເຫຼືອດ້ານສຸຂະພາບ ແລະ ຄວາມພິການ.

ຜູ້ໃດສາມາດໄດ້ຮັບຄຳແນະນໍາທາງກົດໝາຍ

ພວກເຮົາບໍ່ໄດ້ໃຫ້ຄຳແນະນໍາທາງກົດໝາຍສຳລັບທຸກຄົນ. ຈຸດປະສົງຂອງພວກເຮົາຄືການໃຫ້ບໍລິການທາງກົດໝາຍແກ່ຄົນໃນ NSW ທີ່ກຳລັງປະສົບກັບຄວາມເສຍປຽບ ແລະ ພວກເຮົາມີຊັບພະຍາກອນທີ່ຈຳເປັນເພື່ອບັນລຸຈຸດປະສົງນີ້.

ວິທີການຈອງຊ່ວງໃຫ້ຄຳແນະນໍາ

ວິທີການທີ່ດີສຸດເພື່ອກວດເບິ່ງວ່າພວກເຮົາຈະສາມາດໃຫ້ຄຳແນະນໍາທາງກົດໝາຍທີ່ບໍ່ເສຍຄ່າໄດ້ ຫຼື ບໍ່ ຫຼື ເພື່ອຈອງການນັດໝາຍ ແມ່ນການໂອ້ລົມກັບທີມງານຂອງພວກເຮົາທີ່ LawAccess NSW.

ທ່ານສາມາດຕິດຕໍ່ພວກເຂົາໂດຍໂທໄປທີ່ໝາຍເລກ 1300 888 529 ຫຼື ໂດຍໃຊ້ການບໍລິການເວັບແຊັດອອນລາຍຂອງພວກເຂົາ. ພວກເຂົາເປີດໃຫ້ບໍລິການຕັ້ງແຕ່ 9 ໂມງເຊົ້າ ຫາ 5 ໂມງແລງ, ວັນຈັນຫາວັນສຸກ (ຍົກເວັ້ນມື້ພັກລັດຖະການ).